วันจันทร์ที่ 19 มีนาคม พ.ศ. 2555

ຄາຖາບູຊາພຣະສີວະລີ

ປະຫວັດຫຍໍ້
- ພຣະສີວະລີ ຕາມໜັງສີອະນຸພຸດທະກ່າວໄວ້ວ່າ ເປັນພຣະອໍຣະຫັນຂີນາສາວົກອົງໜຶ່ງ ທີ່ມີບຸນຍາທິການຫຼາຍ ອົງສົມເດັດພຣະສັມມາສັມພຸດທະເຈົ້າ ທົງຍົກຍ້ອງວ່າ "ເປັນເລີດທາງໂຊກລາບ ອຸດົມໄປດ້ວຍໂພຄະຊັບ" ບໍ່ວ່າພຣະ ສີວະລີຈະເດີນທາງໄປແຫ່ງຫົນໃດ ມັກຈະມີເທວະດາຄອຍຕິດຕາມ ເບິ່ງແຍງປະຕິບັດຮັບໃຊ້ຢູ່ຕລອດເວລາ ຕັ້ງແຕ່ທ່ານຖືປະຕິສົນທິຢູ່ໃນຄັນ ກໍເກີດລາບສັກກາຣະແກ່ມານດາເປັນອັນມາກ ມີຄົນເອົາເຄື່ອງບັນນາການມາເຖິງ 500 ຢ່າງ ມາຖວາຍທຸກເຊົ້າທຸກແລງ ຈົນເປັນທີ່ຊ່າລືໃນເມືອງໂກລິຍະ.
- ແມ່ນທ່ານໄດ້ບວດເປັນພຣະແລ້ວ ກໍສຳເລັດອໍຣະຫັນມີລູກສິດລູກຫາຄອຍຕິດຕາມທ່ານຫຼວງຫຼາຍ ເຖິງປານນັ້ນ ປັດໄຈ 4 ກໍບໍ່ເຄີຍອຶດ ຍ່ອມມີຄົນນຳເອົາປັດໄຈ 4 ມາບູຊາບໍ່ໄດ້ຂາດ.

- ຫາກທ່ານທັງຫຼາຍ ຜູ້ຫວັງໃນໂຊກລາບ ທຳມາຄ້າຂາຍຈະເລີນຮຸ່ງເຮືອງ ຈົ່ງນຳເອົາຮູບພຣະສີວະລີມາຕັ້ງໄວ້ ທີ່ຮ້ານ ຫັນໜ້າໄປທາງທິດຕາເວັນອອກ ແລະໃຫ້ໄຫວ້ພຣະຄາຖາພຣະສີວະລີນີ້ ດ້ວຍຄວາມນອບນ້ອມເຄົາຣົບ ໂຊກລາບກໍຈະເກີດແກ່ທ່ານ.

ຄາຖາພຣະສີວະລີ
ທຸກເຊົ້າທຸກແລງ ໃຫ້ນຶກເຖິງຊື່ "ພຣະສີວະລີ" ແລ້ວວ່າຄາຖານີ້ 9 ຫົນ ຄື "ນະຊາລິຕິ, ຊານະຕິລິ, ລິຕິນະຊາ, ຕິລະຊານະ"

ນອກຈາກນັ້ນ ຍັງມີຄາຖາບູຊາພຣະສີວະລີທີ່ເຮືອນອີກ ຄື

3 ความคิดเห็น: