วันจันทร์ที่ 3 ตุลาคม พ.ศ. 2554

ຄາຖາມະຫາລະລວຍ

ຄາຖາມະຫາລະລວຍ

- ຫຼັງຈາກໄຫວ້ພຣະແລ້ວໃຫ້ທ່ອງຄຳຖາມະຫາລະລວຍນີ້.
໑. ນະ ມະ ອະ ອຸ ນະ ໂມ ພຸດ ທາ ຍະ. (ໃຫ້ທ່ອງ ໑ ຫົນ)
໒. ວິຣະທະໂຍ ວິຣະໂຄນາຍັງ ວິຣະຫິງສາ ວິຣະທາສີ ວິຣະທາສາ ວິຣະອິດຖີໂຍ ພຸດທັດສະ ມານີມາມະ ພຸດທັດສະ ສວາໂຫມ (ເມື່ອທ່ອງບົດທີ "໑" ໄດ້ ໑ ຫົນແລ້ວ ໃຫ້ວ່າບົດທີ "໒" ນີ້ ໙ ຫົນ)


ໝາຍເຫດ: ພຣະຄາຖາບົດນີ້ທ່ານວ່າຄາຖາມະຫາລະລວຍ, ໃຜທ່ອງຈົ່ມພາວະນາ ທຸກເຊົ້າຄຳ່ວັນຄື ຈັກເປັນຄົນທີ່ບໍ່ທຸກຢາກປາກໝອງ ດ້ວຍເຂົ້າຂອງເງິນຄຳ ແລະເຄື່ອງອຸປະໂພກບໍຣິໂພກ, ໂຊກລາບໄຫຼມາເນື່ອງໆ ດ້ວຍການສ້າງສາພັດທະນາ ຄືຈະເລີນກ້າວໜ້າຂຶ້ນຢ່າງບໍ່ຮູ້ສຶກຕົວ ເງິນຄຳທີ່ຫາມາໄດ້ ກໍບໍ່ບົກບໍ່ແຫ້ງເປັນ.


ວິທີໃຊ້:
໑. ເວລາຈະກິນເຂົ້າຄຳແຮກ, ຕັກນ້ຳອາບ, ຕັກບາດ, ຈ່າຍເງິນ, ເອົາເງິນເຂົ້າກະເປົ໋າ ໃຫ້ທ່ອງຄາຖາ ໒ ບົດນັ້ນ ຢ່າງລະ ໑ ຫົນ ເຮັດເປັນກິດຈະວັດ.
໒. ໃຫ້ແຕ່ງຄາຍຂັນຫ້າຂັນ ໕-໘ ໝາກເບັງ ໓ ກາບ (ໄຫວ້ພຣະກ່ອນແລ້ວຈຶ່ງວ່າຄາຖານີ້)

ไม่มีความคิดเห็น:

แสดงความคิดเห็น