ຄາຖາດີ
หน้าเว็บ
ໜ້າແຮກ
ໄຫວ້ພຣະສູດມົນ
ກັບວັດວຽງຈະເຣີນ
วันพุธที่ 15 กุมภาพันธ์ พ.ศ. 2555
ຄາຖາອີນາກ
ເມດຕາ ຄຸນນັງ ອະຣະຫັງ ເມດຕາ
- ພາວະນາທຸກວັນ 9 ຫົນເຊົ້າແລງ ເກີດເປັນເມດຕາມະຫານິຍົມ ເວົ້າຈາຄ້າຂາຍ ເທດສະໜາ ໂຄສົກຄົນຮັກຫອມ ເຈຣະຈາທຸຣະກິດສຳເຣັດຜົນ
วันอังคารที่ 6 ธันวาคม พ.ศ. 2554
ຄຳຖາກຳນົດຈິດ(ໃຊ້ທຸກເວລາ)
ຣາຊະພາໂຕ
(ໃຊ້ຕລອດຈະເກີດຄວາມເປັນສະມາທິ ແລະມີຄວາມປາຕິຫານຕາມໃຈປາດຖະໜາ)
วันจันทร์ที่ 3 ตุลาคม พ.ศ. 2554
ຄາຖາມະຫາລະລວຍ
ຄາຖາມະຫາລະລວຍ
- ຫຼັງຈາກໄຫວ້ພຣະແລ້ວໃຫ້ທ່ອງຄຳຖາມະຫາລະລວຍນີ້.
໑.
ນະ ມະ ອະ ອຸ ນະ ໂມ ພຸດ ທາ ຍະ
.
(ໃຫ້ທ່ອງ ໑ ຫົນ)
໒.
ວິຣະທະໂຍ ວິຣະໂຄນາຍັງ ວິຣະຫິງສາ ວິຣະທາສີ ວິຣະທາສາ ວິຣະອິດຖີໂຍ ພຸດທັດສະ ມານີມາມະ ພຸດທັດສະ ສວາໂຫມ
(ເມື່ອທ່ອງບົດທີ "໑" ໄດ້ ໑ ຫົນແລ້ວ ໃຫ້ວ່າບົດທີ "໒" ນີ້ ໙ ຫົນ)
ໝາຍເຫດ: ພຣະຄາຖາບົດນີ້ທ່ານວ່າຄາຖາມະຫາລະລວຍ, ໃຜທ່ອງຈົ່ມພາວະນາ ທຸກເຊົ້າຄຳ່ວັນຄື ຈັກເປັນຄົນທີ່ບໍ່ທຸກຢາກປາກໝອງ ດ້ວຍເຂົ້າຂອງເງິນຄຳ ແລະເຄື່ອງອຸປະໂພກບໍຣິໂພກ, ໂຊກລາບໄຫຼມາເນື່ອງໆ ດ້ວຍການສ້າງສາພັດທະນາ ຄືຈະເລີນກ້າວໜ້າຂຶ້ນຢ່າງບໍ່ຮູ້ສຶກຕົວ ເງິນຄຳທີ່ຫາມາໄດ້ ກໍບໍ່ບົກບໍ່ແຫ້ງເປັນ.
ວິທີໃຊ້:
໑. ເວລາຈະກິນເຂົ້າຄຳແຮກ, ຕັກນ້ຳອາບ, ຕັກບາດ, ຈ່າຍເງິນ, ເອົາເງິນເຂົ້າກະເປົ໋າ ໃຫ້ທ່ອງຄາຖາ ໒ ບົດນັ້ນ ຢ່າງລະ ໑ ຫົນ ເຮັດເປັນກິດຈະວັດ.
໒. ໃຫ້ແຕ່ງຄາຍຂັນຫ້າຂັນ ໕-໘ ໝາກເບັງ ໓ ກາບ (ໄຫວ້ພຣະກ່ອນແລ້ວຈຶ່ງວ່າຄາຖານີ້)
ຄາຖາປ້ອງກັນ
ປະໂຕ ເມຕັງ ປາຣະຊີມິນັງ ສຸຄະໂຕ ຈຸຕິ ຈິຕຕະ ເມຕຕາ ນິພພານັງ ສຸຄະໂຕ ຈຸຕິ
ກ. ຄາຖາບົດນີ້ ຂຽນລົງໃບລານກໍດີ, ຂຽນລົງແຜ່ນທອງ ຫຼືລົງແຜ່ນຜ້າກໍດີ, ຕິດໄວ້ປະຕູເຮືອນຫຼືໃນຣົດ ຫຼືຜູກຫົວຍາມເກີດເຫດການ ຊ່ວຍລອດພົ້ນອັນຕລາຍ.
บทความที่ใหม่กว่า
หน้าแรก
สมัครสมาชิก:
บทความ (Atom)